Ads of Me


9K AEC CITE ແມ່ນ web page ສຳລັບການແບ່ງປັນຄວາມຮູ້ກ່ຽວກັບສະຖາປັດຕະຍະກຳ, ວິສະວະກຳ ແລະ ການກໍ່ສ້າງສຳລັບທຸກຄົນທີ່ສົນໃຈ ແລະ ຍັງມີຫລັກສູດການສອນທາງອິນເຕີເນັດ (online course) ຫຼາຍຫລັກສູດເຊັ່ນ: Autodesk Revit Architecture, Revit Structure, Revit MEP, ການວິເຄາະ ແລະ ການອອກແບບໂຄງສ້າງ (ອາຄານ ເຮືອນ, ໂຮງງານແລະໂຄງສ້າງໃຕ້ດິນ)ດ້ວຍໂປຼແກຼມ Autodesk Robot Structural professional, Midas gen, Midas Ngen. ຫຼັກສູດອອນໄລນ໌ນີ້ ເໝາະສົມສຳລັບຄົນທົ່ວໄປ, ສະຖາປັດຕະຍະກຳໜຸ່ມ, ວິສະວະກຳໜຸ່ມ ແລະ ນັກສຶກສາທີ່ກຳລັງສຶກສາ ແລະ ປະຈຸບັນກຳລັງເຮັດບົດຈົບຊັ້ນ ຫລື ບົດຄົ້ນຄ້ວາ, ສົນໃຈຮຽນຕິດຕໍ່ໃດ້ທີິ໋: Tell,Whatsapp:+856 20 29807839, FB page: 9K_AEC Laos, email: kaulauj51@gmail.com

6 ວິທີ ຫຼື ທິດ​ທາງການ​ນຳ​ໃຊ້ Revit ເຮັດວຽກໃຫ້​ມີ​ປະ​ສິດ​ທິ​ຜົນ

  1.  ເປິດ​ສາມ​ມິ​ຕິ​ວິວ (Open Revit in 3D View)
ການ​ເຮັດ​ວຽກ​ກັບ​ໂປຼ​ແກຼມ Revit ​ແມ່ນ​ຂະ​ບວນ​ການ​ຂື້ນ​ ແລະ ຈຳ​ລອງໂມ​ເດວ​ໃນ​ໂປຼ​ແກຼມ​ໂດຍເຮົາ​ຈະ​ສັງ​ເກດ​​ການ​ພັດ​ທະ​ນາ​ໂມ​ເດວຜ່ານມູນມອງ 3ມິ​ຕິ​.
 
ຜູ້ເລີ່ມຕົ້ນຫຼາຍຄົນທີ່ໃຊ້ Revit ໃດ້ໃຊ້ເວລາຫຼາຍໃນການສະ​ຫຼັບໜ້າ​ຈໍ​ເບິ່ງພາບ​ແບບໃນໜ້າຈໍການອອກແບບ, ບາງຄັ້ງກໍ່ເຮັດໃຫ້ເກີດຄວາມສັບ
ສົນໃນການອອກແບບ. ສະ​ນັ້ນ​ການສ້າງມຸມມອງແບບ 3D, ​ໂດຍໃຊ້ຄຳສັ່ງ Window Tile ເພື່ອແບ່ງປັນໜ້າ​ຈໍ​ລະ​ຫວ່າງ 2D ແລະ 3D ຈະ​ເຮັດ​ໃຫ້​ການອອກ​ແບບ​ສະ​ດວກ​ງ່າຍ​ຂື້ນ.

2. ຢ່າກັບໄປໃຊ້ AutoCAD ອ​ີກ
ສິ່ງ​ໜື່ງ​ທີ່​ທຸກ​ຄົນ​ຄິດ​ວ່າ​ຍັງ​ຫ​ຍຸ້ງ​ຍາກກ່ຽວ​ກັບ​ໂປຼ​ແກຼມ Revit ຄື​ການລົງ​ມື​ປະ​ຕິ​ບັດ​ສ້າງລະ​ອຽດ, ດັ່ງ​ນັ້ນ​ຄົນ​ທີ່​ໃຊ້ Revit ສ່ວນ​ຫຼາຍ​ຈື່ງ​ມີ​ແນວ​ໂນ້ມ​ກັບ​ໄປ​ໃຊ້ AutoCAD ຢູ່ໃນ​ສ່ວນ​ຂອງ​ລາຍ​ລະ​ອຽດ. ດັ່ງ​ນັ້ນ, ​ເຮົາ​ຄວນ​ຮຽນ​ຝືກ​ການ​ສ້າງ​ສ່ວນ​ປະ​ກອບ​ທີ່​ເປັນ​ລາຍ​ລະ​ອຽດໃຫ້​ເໝາະ​ສົມ ແລະ ໃຫ້​ໃດ້​ໃນໂປຼ​ແກຼມ Revit. ເຮົາ​ໝັ້ນ​ໃຈ​ວ່າ​ທ່ານ​ສາ​ມາດ​ໃຊ້ໂປຼ​ແກຼມ Revit ໄວ​ກວ່າ AutoCAD
ການ​ທີ່​ເຮົາ​ໃຊ້ລາຍ​ລະ​ອຽດ​ຈາກແຄກ ຫຼື​ ສ່ວນ​ຂອງ​ລາຍ​ລະ​ອຽດ​ຈາກ AutoCAD ມາ​ມັນ​ຈະ​ເພີ່ມ​ຄວາມ​ຫ​ຍຸ້ງ​ຍາກ​ຫຼາຍ​ຕໍ່​ການ​ບໍ​ລິ​ຫານ​ຈັດ​ການ, ສະ​ນັ້​ນ​ເຮົາ​ຄວາມພະ​ຍາ​ຍາມ​ໃຊ້ໂປຼ​ແກຼມ Revit ໃນ​ການ​ເຮັດ​ໃຫ້​ໃດ້ 100%

 3. ຮຽນຮູ້ການໃຊ້ຄຳສັ່ງທາງລັດທີ່ຫຼາກຫຼາຍ
 ນີ້ຈະຊ່ວຍໃຫ້ທ່ານປະຫຍັດເວລາຫຼາຍ, ນີ້ແມ່ນບາງຄຳ​ສັ່ງລັດທີ່ຂ້ອຍໃຊ້ເລື້ອຍໆ:
 

Modify:

  • AL: Align
  • CS: Create Similar
  • MA: Match Type Properties
  • MV: Move
  • MM: Mirror
  • OF: Offset
  • TR: Trim
  • RO: Rotate
  • WT: Window Tile
  • TL: Thin Lines

Model:

  • WA: Wall
  • DR: By
  • RM: Room
  • LI: Model Line

Annotation:

  • TG: Tag by Category
  • TX: Text
  • DL: Detail Line
  • RT: Room Tag
  • EL: Spot Elevation
 4. ຢ່າສ້າງ​ສີ້ນ​ສ່ວນ ຫຼື ສີ່ງ​ຂອງ 2D ຫຼາຍເກີນໄປ (Don't overdo the 2D object)
ບາງຄັ້ງ, ການນຳໃຊ້ເສັ້ນ​ແຕ້ມ 2D ຫຼາຍ​ອາດ​ມີປະສິດທິຜົນສຳລັບໂຄງການນ້ອຍໆ, ເຊັ່ນການໃຊ້ເສັ້ນ Detailing Line ຫຼື Filled Region ເພື່ອສ້າງຊິ້ນສ່ວນ Model (ລາຍລະອຽດຂອງ​ໂມ​ເດວ). ແຕ່ໃນກໍລະນີສ່ວນໃຫຍ່ມັນຈະເປັນການຍາກສຳລັບຜູ້ໃຊ້, ໂດຍສະເພາະໃນເວລາທີ່
ພວກເຮົາຈະ​ພັດ​ທະ​ນາ​ໃຫ້​ເປັນBIM.
​ການ​ໃຊ້​ເວ​ລາ​ໃນ​ການ​ສ້າງໂມ​ເດວ 3ມິ​ຕິ ແລະ ນຳ​ໃຊ້ Family ທີ່​ລະ​ອຽດ ອາດ​ຈະ​ໃຊ້​ເວ​ລາ​ດົ​ນ​ໃນ​ເບື້ອງ​ຕົ້ນ ແຕ່​ຈະ​ສະ​ດວກ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ພາຍ​ຫຼັງ​ໃຫ້​ເຮົາ​ຕໍ່​ຍອດ​ໃຫ້​ກາຍ​ເປັນ BIM

5. ສ້າງມູນມອງແມ່ແບບ (Create View Templates)
ທ່ານຕ້ອງການໃຊ້ເວລາໃນການຕັ້ງຄ່າແມ່​ແບບ​ໃນ​ການມອງເຫັນບໍ?
ທ່ານ ຈຳເປັນຕ້ອງຕັ້ງຄ່າແມ່​ແບບ​ມຸມມອງເບື້ອງຕົ້ນ, ຈາກນັ້ນໃຊ້ເຄື່ອງມື View Templates ເພື່ອສ້າງມຸມມອງຕົວຢ່າງ, ແລ້ວຫຼັງຈາກນັ້ນ
ທ່ານສາມາດເອົາ​ມັນ​ໄປນຳໃຊ້ກັບມຸມມອງອື່ນໆ​ທີ່​ເຫຼືອ. ​ຮູບ​ລຸ່ມນີ້ ແມ່ນຕົວຢ່າງຂອງການສ້າງມຸມມອງຕົວຢ່າງຂອງການສະແດງອາຄານ facade:
 
ຫຼັງ​ຈາກນັ້ນ​ນຳ​ມັນ​ມາ​ໃຊ້​ກັນ​ແຕ່​ລະ​ມູນມອງ​ທີ່​ເຫຼືອ
 
ແລະ ເຮົາສາມາດແກ້ໄຂແມ່​ແບບມຸມມອງຕົວຢ່າງ ແລ້ວ​ມັນຈະຖືກປັບປຸງມຸມມອງອື່ນ​ແບບອັດຕະໂນມັດ:


6. ຝັງຈຸດ​​ ຫຼື ຝັງ​ເຂັມໃສ່​ສີ້ນ​ສ່ວນ (Pin the object)


ມືໃໝ່​ຜູ້​ທີ່ໃຊ້ Revit ​ອາດ​ຈະລຶບ ຫຼື ຍ້າຍສີ້ນ​ສ່ວນທີ່ບໍ່ຖືກຕ້ອງ, ຍົກຕົວຢ່າງ: ການເຄື່ອນຍ້າຍເສັ້ນ​ກຼິດ​ເສົາຜິດພາດ, ການຍ້າຍເສັ້ນລະດັບ
​ໂດຍບບໍ່ໄດ້ຕັ້ງ​ໃຈ. ​ດັ່ງ​ນັ້ນ​ການໃຊ້ເຄື່ອງມື Modify \ Pin, ວັດຖຸຈະຖືກຍ້າຍ ຫຼື ຖືກລຶບກໍ່​ຕໍ່ເມື່ອເຮົາໃຊ້ Unpin ອີກຄັ້ງ.

Post a Comment

0 Comments