ສຳລັບການຮຽນທາງອອນໄລທຸກຄົນຕ້ອງມີອິນເຕິເນັດກຸ້ມຕົນເອງໃນເວລາຮຽນ,ຄອມປິວເຕີຂອງຕົນເອງທີ່ລົງໂປຼແກມ Revit 2019 ແລ້ວ. ສຳລັບຂໍ້ມູນ,ເອກະສານຄູ່ມືການຮຽນ ແລະ Revit template, family ທຸກຄົນສາມາດໂຫຼດໃດ້ຈາກເວບໄຊ https://9kaeclaos.blogspot.com/ ຫຼື ລິ້ງທີ່ ອຈ ສົ່ງເຂົ້າໃນກຸ່ມການຮຽນ.
ເຄື່ອງມື ແລະ ໂປຼແກຼມຊ່ວຍໃນການຮຽນທີ່ທຸກຄົນຕ້ອງຕິດຕັ້ງມີ:
- ສ້າງບັນຊີການທ້ອນ ແລະ ດາວໂຫຼດຂໍ້ມູນເຊັ່ນ: MEGA account ຄຼິກລີ້ງທີ່ນີ້ເພື່ອສ້າງບັນຊີຂອງທ່ານ https://mega.nz/register ແລະ ຖ້າຕ້ອງການຮູ້ລາຍລະອຽດເພີ່ມເຕີມກ່ຽວກັບ mega ແລະ ການລົງທະບຽນນຳໃຊ້ທ່ານສາມາດເບີ່ງວິທີຕາມວິດີໂອຢູທູດລຸ່ມນີ້:
- ຕິດຕັ້ງໂປຼແກຼມ AnyDesk ເພື່ອກໍລະນີເຈີບັນຫາ ອຈ ຈະສາມາດເຂົ້າແກ້ໄຂໃຫ້ແຕ່ລະຄົນໃດ້. ຄຼິກລີ້ງທີ່ນີ້ເພື່ອດາວໂຫຼດ ແລະ ຕິດຕັ້ງ https://anydesk.com/en/downloads/windows ແລະ ຖ້າຕ້ອງການຮູ້ລາຍລະອຽດເພີ່ມເຕີມກ່ຽວກັບ AnyDesk ແລະ ການຕິດຕັ້ງໂປຼແກຼມນຳໃຊ້ທ່ານສາມາດເບີ່ງວິທີຕາມວິດີໂອຢູທູດລຸ່ມນີ້:
- ຕິດຕັ້ງໂປຼແກຼມ zoom meeting ເພື່ອໃຊ້ໃນການຮຽນ. ຄຼິກລີ້ງທີ່ນີ້ເພື່ອດາວໂຫຼດ ແລະ ຕິດຕັ້ງ https://zoom.us/support/download ແລະ
ຖ້າຕ້ອງການຮູ້ລາຍລະອຽດເພີ່ມເຕີມກ່ຽວກັບ zoom ແລະ
ການຕິດຕັ້ງໂປຼແກຼມນຳໃຊ້ທ່ານສາມາດເບີ່ງວິທີຕາມວິດີໂອຢູທູດລຸ່ມນີ້:

0 Comments